GDG DevFest Vientiane 2017
Event Information
Description
ນີ້ແມ່ນແບບຟອມສະໝັກເຂົ້າຮ່ວມງານ GDG Devfest Vientiane 2017.
ງານ GDG DevFest Vientiane 2017 ເປັນງານສຳມະນາທີ່ເປີດໂອກາດໃຫ້ນັກພັດທະນາໃນວຽກງານດ້ານໄອທີຜູ່ທີ່ສົນໃຈໃນເທັກໂນໂລຍີຂອງ Google ບໍ່ວ່າຈະເປັນ Android, Angular, Firebase, Machine Learning, Modern Web, IoT ແລະອື່ນໆໄດ້ມີໂອກາດຮັບຟັງການບັນຍາຍເທັກໂນໂລຍີຕ່າງໆຂອງ Google ຈາກວິທະຍາກອນທີ່ມີປະສົບການໃນການພັດທະນາກ່ຽວກັບເທັກໂນໂລຍີຕ່າງໆຂອງ Google ໂດຍກົງ ແລະໂຕແທນຈາກກຸ່ມ GDG (Google Developer Group) ທັງພາຍໃນແລະຕ່າງປະເທດ.
ງານ GDG DevFest Vientiane 2017 ແມ່ນງານທີ່ຈັດຂຶ້ນໂດຍກຸ່ມ GDG Vientiane (Google Developer Group Vientiane), ໂດຍໄດ້ຮັບການສະຫນັບສະຫນູນຫລັກຈາກ Google. ໃນການຈັດສຳມະນາຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທີ 5 ໃນລາວ. ງານຂອງພວກເຮົາແມ່ນເປີດໃຫ້ເຂົ້າຟຣີ.
# ງານຈະຈັດຂຶ້ນໃນ: ວັນເສົາ ທີ 14 ຕຸລາ 2017 ເວລາ 8ໂມງ30 ຫາ 17ໂມງ30.
# ສະຖານທີ່: ສູນບູໂດ ລາວ-ຍີ່ປຸ່ນ.
# ຕາຕະລາງງານ:
8:30 - 9:00 Registration
9:00 - 9:10 Welcome to GDG Devfest Vientiane 2017
9:10 - 9:20 Introduction to GDG Vientiane
9:20 - 10:00 What's new in Firebase (2017)
10:00 - 10:40 What's new on Android O
10:40 - 11:20 Panel: Developer Talk
11:20 - 11:45 What exactly does developer do?
11:45 - 12:00 Activities
12:00 - 13:30 Lunch
13:30 - 14:10 Next generation of web
14:10 - 14:40 Angular for newbie
14:40 - 15:10 Activities x2
15:10 - 15:40 Machine Learning for everyone
15:40 - 16:20 Panel: Developer "No code"
16:20 - 17:00 Award Winners + Photo session
17:00 - 17:30 Closing Remarks
ວິທີການລົງທະບຽນ:
1. ກົດທີ່ປຸ່ມ REGISTER ສີຂຽວ.
2. ກົດທີ່ປຸ່ມ CHECKOUT.
3. ປ້ອນຂໍ້ມູນໃສ່ຊ່ອງຕາມຟອມໃຫ້ຄົບຖ້ວນ, ກວດເບິ່ງຄືນອີກຄັ້ງ ແລ້ວກົດ Complete Registration.
4. ລະບົບຈະຖາມວ່າທ່ານຕ້ອງການແຊງານນີ້ໃຫ້ໝູ່ຮູ້ບໍ່? ສ່ວນນີ້ແມ່ນຂຶ້ນນໍາທ່ານ.
5. ບັດເຂົ້າງານລະບົບຈະສົ່ງໃຫ້ທ່ານທາງອີເມວ, ໃຫ້ທ່ານກວດເບິ່ງອີເມວວ່າໄດ້ຮັບບັດແລ້ວບໍ່? ຖ້າໄດ້ຮັບແລ້ວກໍສະແດງວ່າລົງທະບຽນສໍາເລັດ.
ວິທີສະແດງປີເຂົ້າງານ:
1. ທ່ານສາມາດພິມບັດເຂົ້າງານທີ່ທາງລະບົບສົ່ງໃຫ້ທາງອີເມວ ໄປຢັ້ງຢືນຕໍ່ທີມງານໃນມື້ງານໄດ້ເລີຍ.
2. ທ່ານສາມາດດາວໂຫຼດແອັບ Eventbrite ມີໃຫ້ດາວໂຫຼດທັງ Android ແລະ iOS.
3. ຫຼັງຈາກດາວໂຫຼດມາແລ້ວທ່ານສາມາດ Login ເຂົ້າໃຊ້ງານແອັບໄດ້ປົກກະຕິ ແລ້ວກົດທີ່ກວດເບິ່ງບັດເຂົ້າງານທີ່ Profile ຂອງເຮົາໄດ້ເລີຍ.
ສາມາດຕິດຕາມຂໍ້ມູນງານຕ່າງໆເພີ່ມຕື່ມໄດ້ທີ່:
Meetup.com: ກົດທີ່ I'm going ທີ່ www.meetup.com/GDGVientiane
GDG DevFest Vientiane 2017 website devfest.gdgvientiane.org
GDG Vientiane Website www.gdgvientiane.org
GDG Vientiane G+ Page gplus.to/gdgvientiane
GDG Vientiane Facebook Page facebook.com/gdgvientiane